
ບໍລິສັດ ເຊກອງ 4 ພາວເວີ ຈຳກັດ
ຄວາມເປັນມາຂອງບໍລິສັດ
ບໍລິສັດ ເຊກອງ 4 ພາວເວີ ຈຳກັດ ໄດ້ຈົດທະບຽນຈັດຕັ້ງບໍລິສັດຂຶ້ນເມື່ອວັນທີ 07 ທັນວາ 2023, ເຮືອນເລກທີ່ 187 ໜ່ວຍ 12 ຖະໜົນ ໄກສອນພົມວິຫານ ບ້ານ ໂພນສະອາດ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ
- ບໍລິສັດ ດໍາເນີນ ກິດຈະການພັດທະນາໂຄງການເຊື່ອນໄຟຟ້ານ້ຳຕົກເຊກອງ 4A ແລະ 4B ຍູ່ແຂວງເຊກອງ ສປປ. ລາວ ຜູ້ລົງທຶນຕ່າງປະເທດ: ບໍລິສັດ ຣາຊ ກຣູປ ຈໍາກັດ(ມະຫາຊົນ), ແລະ ບໍລິສັດ ບິ.ກຣິມ ພາວເວີ ຈໍາກັດ(ມະຫາຊົນ), ແລະ ບໍລິສັດ ອິນເຕີຣ໌ເນຊັ່ນແນລ ຣີນີວເອເບິລ ພາວເວີຣ໌ ຈຳກັດ. ໄຟຟ້າທີຜະລິດໄດ້ ຈະຈຳຫນ່າຍສົ່ງອອກໄປຍັງປະເທດໄທ
ວິໄສທັດ ແລະ ໜ້າທີ່
ເປັນຜູ້ພັດທະນາໂຄງການເຊື່ອນໄຟຟ້ານ້ຳຕົກ ທີ່ໜ້າເຊື່ອຖື ແລະ ມີປະສິດທິພາບໃນ ສປປ.ລາວ
ລົງທຶນ ພັດທະນາ ແລະກໍ່ສ້າງໂຄງການໂຮງໂຟຟ້າ ເຊກອງ 4A ແລະ 4B ໃຫ້ແລ້ວເສັດຕາມກຳໜົດການເດີນເຄື່ອງເຊີງພານິດປີ 2033
- ເສີມສ້າງຄວາມສຳພັນທີ່ດີກັບໜ່ວຍງານທັງພາກລັດ ແລະ ເອກະຊົນ ລວມທັງສິ່ງແວດລ້ອມ ຊຸມຊົນ ແລະຫຼັກທຳມາພິບານທີ່ກ່ຽວຂ້ອງກັບໂຄງການ
- ສ້າງວັດທະນະທຳການເຮັດວຽກແບບມືອາຊີບ ລວມທັງສ້າງແຮງຈູງໃຈໃນການເຮັດວຽກໃຫ້ແກ່ພະນັກງານ
ບັນດາຜູ້ຖືຮຸ້ນ ຂອງ ບໍລິສັດ
ທີ່ຕັ້ງ ແລະ ຂະໜາດໂຄງການ
- ໂຄງການໄຟຟ້າພະລັງນ້ຳ ເຊກອງ 4A ແລະ 4B ຕັ້ງຢູ່ໃນລຳສາຍແມ່ນ້ຳເຊກອງ
- ເຊກອງ 4A ຕັ້ງຢູ່ທາງເຫນືອຂອງເມືອງເຊກອງ ປະມານ 30 ກິໂລແມັດ ຕາມແມ່ນ້ຳເຊກອງ
- ເຊກອງ 4B ຕັ້ງຢູ່ທາງເຫນືອຂອງເຊກອງ 4A ປະມານ 50 ກິໂລແມັດ
ການພັດທະນາລຳແມ່ນ້ຳເຊກອງ
- ແມ່ນ້ຳເຊກອງເກີດຈາກບໍລິເວນຊາຍແດນລະຫວ່າງ ຫວຽດນາມ ແລະ ສປປ ລາວ ຈາກນັ້ນໄຫຼຜ່ານ: ແຂວງເຊກອງ ແຂວງອັດຕະປື ແຂວງຈຳປາສັກ ກ່ອນຈະໄຫຼລົງສູ່ ແມ່ນ້ຳຂອງ ທີ່ເມືອງສະຕຸງແຕງ ປະເທດກຳປູເຈຍ ຄວາມຍາວ: 560 ກິໂລແມັດ
- ລະບົບລຳແມ່ນ້ຳເຊກອງມີຂະໜາດ 28,816 ກມ² (78% ຢູ່ໃນລາວ)
ລັກສະນະໂຄງການ
ການຜະລິດໄຟຟ້າ: ໂຄງການໄຟຟ້າພະລັງນ້ຳ ເຊກອງ 4A ແລະ 4B ມີກຳລັງຜະລິດໄຟຟ້າຮວມທັງໝົດ 355 ເມກາວັດ MW (ເຊກອງ 4A: ກຳລັງຜະລິດ 175 MW ແລະ ເຊກອງ 4B: ກຳລັງຜະລິດ 180 MW). ຜູ້ພັດທະນາໂຄງການມີແຜນສົ່ງອອກໄຟຟ້າທັງໝົດ 100% ໄປຍັງ ປະເທດໄທ
Project Features
Project Timeline
ຄວາມຮັບຜິດຊອບຕໍ່ສັງຄົມຂອງບໍລິສັດໃນລາວ
ໃນປີ 2024, ບໍລິສັດ ເຊກອງ 4 ພາວເວີ ໄດ້ບໍລິຈາກເງິນສ້າງອາຄານໂຮງຮຽນປະຖົມຫຼັງໃໝ່ ພ້ອມທັງອຸປະກອນການຮຽນ-ການສອນ ໃຫ້ແກ່ບ້ານ ແກ້ງກຽນ, ເມືອງ ກະລືມ, ແຂວງ ເຊກອງ.