ນະໂຍບາຍທາງດ້ານສິດທິມະນຸດ

ເລກ​ທີ 2 / 2025

ຄຳໝັ້ນໃນນະໂຍບາຍດ້ານສິດທິມະນຸດ:
     ບໍລິສັດ ເຊກອງ 4 ພາວເວີ ຈຳກັດ ຕະໜັກເຖິງຄວາມສຳຄັນຂອງການເຄົາລົບສິດທິມະນຸດ ເຊິ່ງເປັນພື້ນຖານທີ່ສຳຄັນໃນການດຳເນີນທຸລະກິດຂອງບໍລິສັດ . ດັ່ງນັ້ນຈິ່ງໄດ້ກຳນົດນະໂຍບາຍສິດທິມະນຸດ ເພື່ອເປັນຄຳສັນຍາວ່າ ຈະຍຶດຖືປະຕິບັດສະໜັບສະໜູນແລະສົ່ງເສີມການເຄົາລົບ ແລະ ປົກປ້ອງພື້ນຖານ ແລະສັກສີຂອງຄວາມເປັນມະນຸດ ຂອງທຸກຄົນທີ່ກ່ຽວຂ້ອງໃນການດຳເນີນງານຂອງບໍລິສັດ, ເຊິ່ງສອດຄ່ອງກັບກົດໝາຍພາຍໃນປະເທດ ແລະຫຼັກການສິດທິມະນຸດສາກົນ ແລະ ຫຼັກການປະຕິບັດທີ່ດີສຳຫຼັບພາກທຸລະກິດ ຄອບຄຸມເຖິງປະຕິຍານສາກົນວ່າດ້ວຍສິດທິມະນຸດແຫ່ງສະຫະປະຊາຊາດ (Universal Declaration of Human Rights: UDHR)ຫຼັກການນຳທາງຂອງສະຫາປະຊາຊາດວ່າດ້ວຍທຸລະກິດແລະສິດທິມະນຸດ United Nations Guiding Principles on Business and Human Rights: UNGPs)ກອບຄວາມຮ່ວມມືແນວທາງພັດທະນາເພື່ອຄວາມຍືນຍົງຂອງສະຫາປະຊາຊາດ(Principles of the United Nations Global Compact UNGC)ປະທິຍານຂອງອົງການແຮງງານລະຫວ່າງປະເທດ
ຂອບເຂດຂອງນະໂຍບາຍ:
     ບໍລິສັດ ພິຈາລະນານະໂຍບາຍສິດທິມະນຸດເພື່ອເປັນກອບໃນການບໍລິຫານຈັດການດ້ານສິດທິມະນຸດ ແລະ ແນວທາງການປະຕິບັດງານຂອງບໍລິສັດ ແລະ ກິດຈະການທີ່ບໍລິສັດມີອຳນາດໃນການບໍລິຫານຈັດການໃນທຸກກິດຈະກຳທີ່ກ່ຽວຂ້ອງກັບພະນັກງານ,ຫຼື ຮ່ວງໂສ້ອຸປະທານ ຊຸມຊົນ ແລະ ສັງຄົມ
     ນອກຈາກນີ້ ບໍລິສັດ ມີຄວາມຕັ້ງໃຈທີ່ຈະສົ່ງເສີມໃຫ້ ບໍລິສັດ ຮ່ວມທຶນ ຮຸ້ນສ່ວນທຸລະກິດ ຄູ້ຄ້າ ແລະ ຜູ້ທີ່ກ່ຽວຂ້ອງອື່ນໆໃນຫ່ວງໂສ້ອຸປະທານຂອງ ບໍລິສັດ ແລະກິດຈະກຳທີ່ ບໍລິສັດ ມີອຳນາດບໍລິຫານຈັດການ ທັງພາຍໃນ ແລະຕ່າງປະເທດ ດຳເນີນບົນພື້ນຖານຂອງຫຼັກການເຄົາລົບສິດທິມະນຸດ ໂດຍນຳນະໂຍບາຍສະບັບນີ້ໃຊ້ເປັນແນວທາງ ໃນການປະຕິບັດ ຫຼື ປະຍຸກໃຊ້ຕາມຄວາມເໝາະສົມ.
ຄຳນິຍາມ:
      “ສິດທິມະນຸດ” ໝາຍເຖິງ ສິດທິຕາມທຳມະຊາດທີ່ເປັນສິດທິປະຈໍາໂຕຂອງມະນຸດທຸກຄົນໂດຍບໍ່ສາມາດແບ່ງແຍກໄດ້ ບໍ່ວ່າຈະເປັນ ເຊື້ອຊາດ, ສີຜິວ, ເພດ, ພາສາ, ສາສະໜາ, ການສຶກສາ, ຂະນົບທຳນຽມປະເພນີວັດທະນະທຳ,ສະຖານະທາງສັງຄົມ,ຊັບສິນຫຼືສະຖານະຖິ່ນທີ່ຢູ່ຄວາມຄິດເຫັນທາງການເມືອງ ຫຼື ເລື່ອງອື່ນໃດຕາມກົດໝາຍ ຫຼື ພັນທະສັນຍາທີ່ຜູກພັນ ນອກຈາກນີ້ທຸກຄົນຍັງມີຄວາມສະເໝີພາກເທົ່າທຽມ ເສລີພາບ ແລະ ມີສິດທິໄດ້ຮັບຄວາມຄຸມຄອງໃຫ້ພົ້ນຈາກການເປັນທາດ ແລະ ການທໍລະມານ ມີສິດທິອິດສະຫຼະໃນການແສດງຄວາມຄິດເຫັນ ການສະແດງອອກ ລວມທັງສິດທິໃນການເຮັດວຽກ ໄດ້ຮັບຄ່າແຮງງານທີ່ເໝາະສົມ ແລະ ເອື້ອຍອຳນວຍຕໍ່ຄວາມເປັນຢູ່ສຳຫຼັບຕົວເອງຢ່າງເປັນທຳມະຊາດໂດຍບໍ່ມີການເລືອກປະຕິບັດ
ແນວທາງປະຕິບັດຂອງນະໂຍບາຍສິດທິມະນຸດ:
     ຄະນະກຳມະການ, ຜູ້ບໍລິຫານ ແລະພະນັກງານຂອງບໍລິສັດ ເຄົາລົບໃນກຽດສັກສີຂອງຄວາມເປັນມະນຸດ ແລະປະຕິບັດຕໍ່ຜູ້ມີສ່ວນໄດ້ສ່ວນເສຍທຸກກຸ່ມຢ່າງເທົ່າທຽມ ໂດຍບໍ່ເລືອກປະຕິບັດ ແລະ ເປີດໃຫ້ທຸກຄົນມີໂອກາດທີ່ເທົ່າທຽມກັນແລະ ປະຕິບັດຕໍ່ທຸກຄົນໂດຍບໍ່ເລືອກປະຕິບັດ ແລະ ບໍ່ຄໍານຶງເຖິງຄວາມແຕກຕ່າງທາງດ້ານເຊື້ອຊາດ ສີຜິວ ເພດ ລັກສະນະທາງເພດ ອາຍຸ ສາດສະໜາ ພາສາ ລັດທິ ຄວາມເຊື່ອ ສະຖານະທາງສັງຄົມ ຖິ່ນກຳເນີດຂອງຄອບຄົວ ຄວາມພິການ ຄິດເຫັນທາງການເມືອງ ລວມທັງບົດບັນຢັດຂອງກົດໝາຍ ແລະຫຼັກການສິດທິມະນຸດທີ່ກ່ຽວຂ້ອງທັງນີ້ ບໍລິສັດ ຈະດຳເນີນທຸລະກິດດ້ວຍຄວາມລະມັດລະວັງຢ່າງຮອບດ້ານເພື່ອປ້ອງກັນບໍ່ໃຫ້ເກີດການລະເມີດສິດທິມະນຸດໃນຂະບວນການເຮັດວຽກຂອງບໍລິສັດ ໂດຍໄດ້ກຳນົດແນວທາງປະຕິບັດນະໂຍບາຍສິດທິມະນຸດຄວບຄຸມເນື້ອຫາສຳຄັນດັ່ງຕໍ່ໄປນີ້:
  1. ບໍລິສັດ ປະຕິເສດການຈ້າງແຮງງານເດັກ ໂດຍກໍານົດອາຍຸຕາມຫຼັກເກນ ແລະເງື່ອນໄຂອາຍຸໃນການຈ້າງແຮງງານຕາຂໍ້ກຳນົດຂອງກົດໝາຍແຮງງານຂອງແຕ່ລະປະເທດຢ່າງເຄັ່ງຄັດ
  2. ບໍລິສັດ ສົ່ງເສີມການຈ້າງງານຢ່າງເປັນທໍາໂດຍປະຕິບັດກັບພະນັກງານ ແລະ ລູກຈ້າງທຸກຄົນລວມທັງແຮງງານຕ່າງດ້າວຢ່າງເປັນທຳ ແລະໂປ່ງໃສໃນທຸກສະຖານທີ່ປະຕິບັດງານການຈ້າງງານຈະລະບຸຂໍ້ກຳນົດ ແລະ ເງື່ອນໄຂທີ່ຕົກລົງຮ່ວມກັນທັງສອງຝ່າຍ ມີການກໍານົດອັດຕາຄ່າຈ້າງ ແລະສະວັດດິການທີ່ ໄລຍະເວລາການເຮັດວຽກ ການເຮັດວຽກລ່ວງເວລາ ການເຮັດວຽກໃນວັນພັກ  ວັນລາ ວັນພັກ ແລະສິດທິປະໂຫຍດອື່ນໆບໍ່ຕ່ຳກວ່າກົດໝາຍກຳນົດຕະຫຼອດຈົນໃຫ້ການຄຸ້ມຄອງສິດທິການເຂົ້າກັບເຮັດວຽກໃນຕຳແໜ່ງເດີມເມື່ອຊິ້ນສຸດການລາເກີດລູກ
  3. ບໍລິສັດ ບໍ່ຍອມຮັບການໃຊ້ແຮງງານບັງຄັບໃນທຸກຮູບແບບ ໂດຍການມອບໝາຍໜ້າທີ່ການປະຕິບັດງານໃຫ້ແກ່ພະນັກງານ ແລະລູກຈ້າງ ພິຈາລະນາຈາກຄວາມສາມາດຂອງບຸກຄົນ ແລະ ຄວາມເຫັນຊອບຮ່ວມກັນຂອງທັງສອງຝ່າຍ. ບໍລິສັດບໍ່ຍອມຮັບການບັງຄັບໃຊ້ແຮງງານຈາກນັກໂທດ ແຮງງານທາດ ແລະ ແຮງງານໃນຮູບແບບອື່ນໆທີ່ເປັນການບັງຄັບເພື່ອສະແຫວງຫາຜົນປະໂຫຍດ ຢ່າງໃດຢ່າງໜຶ່ງໃນການດຳເນີນງານ ແລະຜູ້​ສະ​ໜອງ​ສິນ​ຄ້າ​ແກ່ບໍລິສັດ ແລະ ກິດຈະການທີ່ ບໍລິສັດ ມີອຳນາດບໍລິຫານຈັດການ
  4. ບໍລິສັດ ເປີດໂອກາດໃຫ້ພະນັກງານ ແລະ ລູກຈ້າງໃນການເຂົ້າຮ່ວມ ຫຼື ບໍ່ເຂົ້າຮ່ວມກິດຈະກໍາໃດໆຕາມຄວາມສະ  ໝັກໃຈ ລວມທັງການສະແດງຄວາມຄິດເຫັນ ແລະ ການສະແດງອອກຕ່າງໆທີ່ບໍ່ຂັດຕໍ່ກົດໝາຍ ແລະ ຈິດສຳນຶກອັນດີ
  5. ບໍລິສັດ ສົ່ງເສີມຄວາມປອດໄພ ແລະ ອາຊີວະອະນາໄມ ທາງໃນດ້ານບຸກຄົນ ແລະ ຊັບສິນຂອງ ບໍລິສັດ ພະນັກງານ ລູກຈ້າງຜູ້ມີສ່ວນໄດ້ເສຍ ທີ່ກ່ຽວຂ້ອງຂອງ ບໍລິສັດ ກິດຈະການທີ່ ບໍລິສັດ ມີອຳນາດບໍລິຫານຈັດການ ແລະ ຜູ້​ສະ​ໜອງ​ສິນ​ຄ້າ​ ເພື່ອໃຫ້ມີສະພາບແວດລ້ອມທີ່ມີຄວາມປອດໄພ ມີມາດຕະການ ແລະລະບົບປ້ອງກັນ ແລະເຝົ້າລະວັງຄວາມສ່ຽງຕໍ່ຄວາມປອດໄພໂດຍໃຫ້ຖືປະຕິບັດກົດໝາຍດ້ານຄວາມປອດໄພ ແລະ ຊີວະອະນາໄມ ທີ່ກ່ຽວຂ້ອງມາດຕະຖານສາກົນ ແລະ ຂໍ້ບັງຄັບທາງດ້ານຄວາມປອດໄພຂອງ ບໍລິສັດ
  6. ບໍລິສັດ ຕໍ່ຕ້ານການຄ້າມະນຸດ ແລະຂົ່ມຂູ່ຄຸກຄາມ ໂດຍບໍ່ດຳເນີນການໃດໆທີ່ກ່ຽວຂ້ອງກັບການຄ້າມະນຸດ ແລະ ການຂົ່ມຂູ່ຄຸກຄາມການລ້ວງລະເມີດ ຫຼືໃຊ້ຄວາມຮຸນແຮງທຸກຮູບແບບ ການລໍ້ລຽນ ຫຼື ການສະແດງຄວາມເຫັນກ່ຽວກັບຄວາມແຕກຕ່າງຂອງຜູ້ອື່ນໃນລັກສະນະທີ່ບໍ່ປາດຖະນາ ການຄຸກຄາມທາງເພດທີ່ສະແດງອອກຜ່ານພຶດຕິກຳ ແລະວາຈາ ລວມລັກສະນະທີ່ສໍ່ເຖິງການລ້ວງລະເມີດທາງເພດ ຫຼືເຮັດໃຫ້ບຸກຄົນຜູ້ນຶ່ງເກີດຄວາມອັບອາຍ ທາງດ້ານຮ່າງກາຍ ແລະຈິດໃຈອັນຖືເປັນເປັນການລະເມີດກຽດສັກສີຂອງຄວາມເປັນມະນຸດ
  7. ບໍລິສັດ ເຄົາລົບສິດທິຂອງຊົນພື້ນເມືອງ ແລະຂະນົບທຳນຽມປະເພນີທ້ອງຖິ່ນໃນທຸກໆພື້ນທີ່ທີ່ ບໍລິສັດ ດໍາເນີນກິດຈະການ ໂດຍຈະຍອມຮັບ ຄຸ້ມຄອງ ແລະ ສົ່ງເສີມຂະນົບທຳນຽມ ປະເພນີຂອງຊົນພື້ນເມືອງ ມໍລະດົກທາງພູມປັນຍາ ແລະວັດທະນະທຳ ສິດທິດັ້ງເດີມ ລວມທັງມໍລະດົກທາງວັດທະນະທຳຂອງຊົນພື້ນເມືອງ
  8. ບໍລິສັດ ຈະພັດທະນາລະບົບ ແລະ ຂະບວນການກວດສອບສິດທິມະນຸດຢ່າງຮອບດ້ານ (Human Rights Due Diligence) ພາຍໃນ ບໍລິສັດ ແລະ ກິດຈະການທີ່ ບໍລິສັດ ມີອຳນາດບໍລິຫານຈັດການ ແລະ ຫ່ວງໂສ້ອຸປະທານ ເພື່ອລະບຸຄວາມສ່ຽງດ້ານສິດທິມະນຸດ ປະເມີນຜົນກະທົບ ແລະ ກຳນົດມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ, ລວມທັງມາດຕະການຢຽວຢາ ແລະຂະບວນການບັນເທົາຜົນກະທົບທີ່ເໝາະສົມ ຫຼືມີ ຄວາມຊອບທຳ ຫຼື ໄດ້ຮັບການຍອມຮັບທົ່ວໄປ.ນອກຈາກນັ້ນຍັງຈະຈັດໃຫ້ມີການກວດສອບການລະເມີດສິດທິມະນຸດ, ການຕິດຕາມການປະຕິບັດຕາມນະໂຍບາຍດ້ານສິດທິມະນຸດ ການລາຍງານ ແລະ ເປີດເຜີຍຂໍ້ມູນຢ່າງສະໝ່ຳສະເໝີດ້ວຍ
  9. ບໍລິສັດ ເປີດຮັບຄໍາຮ້ອງຮຽນ ຫຼືການລາຍງານການລະເມີດສິດທິມະນຸດທີ່ກ່ຽວຂ້ອງກັບ ບໍລິສັດ ບໍ່ວ່າຈະເກີດຈາກກິດຈະກຳຂອງ ບໍລິສັດ, ກິດຈະກຳທີ່ ບໍລິສັດ ມີອຳນາດບໍລິຫານຈັດການ, ຫຼືຜູ້​ສະ​ໜອງ​ສິນ​ຄ້າ​. ຜ່ານຊ່ອງທາງຮ້ອງຮຽນທາງອີເມວ info@xk4pc.com ຫຼືຜ່ານເວັບໄຊທ໌ຂອງ ບໍລິສັດ. ແລະ ຈະໃຫ້ຄວາມເປັນທໍາ ແລະປົກປ້ອງຄວາມປອດໄພໃຫ້ແກ່ຜູ້ຮ້ອງຮຽນ ຫຼືລາຍງານການລະເມີດສິດທິມະນຸດທີ່ກ່ຽວຂ້ອງກັບ ບໍລິສັດ  ຕາມມາດຕະການຄຸ້ມຄອງທີ່ກຳນົດໄວ້ໃນຈັນຍາບັນຂອງ ບໍລິສັດ
  10. ບໍລິສັດຈະປູກຝັງ ແລະ ສ້າງວັດທະນະທຳອົງກອນໃນການເຄົາລົບສິດທິມະນຸດ ໂດຍດຳເນີນການສັງເກດ ແລະຄວໃສ່ໃຈ ບໍ່ເມີນເສີຍເມື່ອພົບເຫັນການກະທຳທີ່ເປັນການລະເມີດສິດທິມະນຸດ. ພ້ອມທັງຈະສື່ສານ, ແຜ່ຂ່າວ, ໃຫ້ຄວາມຮູ້ ແລະສ້າງຄວາມເຂົ້າໃຈດ້ານສິດທິມະນຸດໃຫ້ແກ່ຄະນະກຳມະການ, ຜູ້ບໍລິຫານ, ພະນັກງານ ຂອງ ບໍລິສັດ, ກິດຈະການທີ່ບໍລິສັດ ມີອຳນາດບໍລິຫານຈັດການ ແລະ ​ຜຸ້​ສະ​ໜອງ​ສິນ​ຄ້າຢ່າງຕໍ່ເນື່ອງ ແລະ ສະໝ່ຳສະເໝີ
  11. ບໍລິສັດ ຈະດຳເນີນການທົບທວນນະໂຍບາຍດ້ານສິດທິມະນຸດເປັນປະຈຳທຸກປີ ຫຼື ເມື່ອມີເຫດການສຳຄັນ ເພື່ອໃຫ້ນະໂຍບາຍມີຄວາມສອດຄ່ອງກັບກົດໝາຍ, ຫຼັກປະຕິບັດສາກົນ ແລະ/ຫຼື ສະພາບແວດລ້ອມທາງທຸລະກິດຢູ່ສະເໝີ
  12. ບຸກຄົນໃດທີ່ກະທຳການລະເມີດສິດທິມະນຸດ ຖືວ່າເປັນການລະເມີດຈັນຍາບັນຂອງ ບໍລິສັດ ແລະ ນະໂຍບາຍສະບັບນີ້ ເຊິ່ງຈະຕ້ອງໄດ້ຮັບການພິຈາລະນາທາງດ້ານວິໃນຕາມລະບຽບຂອງ ບໍລິສັດ ແລະ ຫາກການກະທຳນັ້ນເຂົ້າຂ່າຍເປັນຄວາມຜິດທາງດ້ານກົດໝາຍອາດຍາຈະຕ້ອງໄດ້ຮັບໂທດທາງກົດໝາຍດ້ວຍ
           ການບັງຄັບໃຊ້ນະໂຍບາຍສະບັບນີ້ ຖ້າຫາກວ່າມີຂໍ້ກຳນົດໃດໃນນະໂຍບາຍທີ່ຂັດແຍ້ງກັບກົດໝາຍ, ລະບຽບ ແລະ ຂໍ້ບັງຄັບຂອງໜ່ວຍງານກຳກັບຄວບຄຸມທີ່ກ່ຽວຂ້ອງໃນທ້ອງຖິ່ນໃດໃຫ້ຍຶດຕາມກົດໝາຍ ລະບຽບ ແລະຂໍ້ກຳນົດຂອງໜ່ວຍງານກຳກັບຄວບຄຸມໃນທ້ອງຖິ່ນນັ້ນເປັນຫຼັກ
           ດັ່ງນັ້ນ ຈຶ່ງໄດ້ປະກາດເພື່ອຊາບ ແລະຖືປະຕິບັດໂດຍທົ່ວກັນ
           ລົງ​ວັນ​ທີ: 24 ມິ​ຖຸ​ນາ 2025
 
           ປະທານກຳມະການ
           ບໍລິສັດ ເຊກອງ 4 ພາວເວີ ຈຳກັດ