ນະໂຍບາຍດ້ານສິ່ງແວດລ້ອມ ແລະ ສັງຄົມ
ເລກທີ 1 / 2025
ບໍລິສັດ ເຊກອງ 4 ພາວເວີ ຈຳກັດ ຍຶດໝັ້ນແນວທາງການພັດທະນາຢ່າງຍືນຍົງໃນການດຳເນີນທຸລະກິດເພື່ອສ້າງອົງກອນໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນຄົງໃນລະຍະຍາວ ບໍລິສັດ ເຊື່ອໝັ້ນວ່າຄວາມມຸ່ງໝັ້ນໃນການພັດທະນາມາດຕະຖານດ້ານສິ່ງແວດລ້ອມ ສັງຄົມ ແລະການຄຸ້ມຄອງ ໃຫ້ດີຍິ່ງໆຂຶ້ນ ນອກຈາກຈະຊ່ວຍຈັດການຄວາມສ່ຽງແລ້ວ ຍັງສາມາດສ້າງມູນຄ່າເພີ່ມຈາກການດຳເນີນງານທີ່ສ້າງຜົນກະທົບເຊີງບວກທາງສັງຄົມ ແລະ ການຫຼຸດຜ່ອນຜົນກະທົບສິ່ງແວດລ້ອມຂອງ ບໍລິສັດ ທັງນີ້ ບໍລິສັດ ມີຄວາມມຸ້ງຫມາຍທີ່ຈະຍົກລະດັບການຈັດການສິ່ງແວດລ້ອມ ແລະ ສັງຄົມດ້ວຍຄຳນຶງວ່າປະເດັນດ້ານສິ່ງແວດລ້ອມ ແລະ ສັງຄົມມີຄວາມສຳຄັນຕໍ່ທຸລະກິດຫຼັກຂອງບໍລິສັດ ຈຶ່ງໄດ້ນຳລະບົບການຈັດການສິ່ງແວດລ້ອມ ແລະສັງຄົມ (Environmental and Social Management System: ESMS) ມາໃຊ້ເພື່ອເພີ່ມປະສິດທິພາບການດຳເນີນງານດ້ານສິ່ງແວດລ້ອມ ແລະ ສັງຄົມໃຫ້ການດຳເນີນທຸລະກິດເຕີບໂຕຢ່າງຢັ້ງຢືນ ແລະໃຫ້ມີຄວາມສອດຄ່ອງກັບກົດໝາຍໃນປະເທດ ແລະ ລະຫວ່າງປະເທດທີ່ກ່ຽວຂ້ອງດ້ານສິ່ງແວດລ້ອມ ແລະ ສັງຄົມ ຕະຫຼອດຈົນປະຕິຍານສາກົນວ່າດ້ວຍສິດທິມະນຸດແຫ່ງສະຫະປະຊາຊາດ ປະຕິຍານອົງການແຮງງານລະຫວ່າງປະເທດ ມາດຕະຖານຫຼືຂໍ້ກຳຫນົດຂອງອຸດສາຫະກຳ ແລະ/ຫຼືອົງການໃນປະເທດ ແລະ ລະຫວ່າງປະເທດຄື: ອົງການການເງິນສາກົນ ຫຼື International Finance Corporation (IFC) ນອກຈາກນີ້ ບໍລິສັດ ຈະທົບທວນ ແລະ ປັບປຸງປະສິດທິພາບການດຳເນີນງານດ້ານສິ່ງແວດລ້ອມ ແລະສັງຄົມຢ່າງຕໍ່ເນື່ອງ ແລະ ສະໝ່ຳສະເໝີ ທົ່ວອົງກອນເມື່ອມີການປ່ຽນແປງບົດບາດອົງກອນຫຼືທຸລະກິດ
ຂອບເຂດຂອງນະໂຍບາຍ
ບໍລິສັດໄດ້ພິຈາລະນານຳນະໂຍບາຍດ້ານສິ່ງແວດລ້ອມ ແລະ ສັງຄົມ ມາໃຊ້ເພື່ອເປັນກອບໃນການດຳເນີນທຸລະກິດ ແລະ ເປັນແນວທາງໃນການດຳເນີນງານໃນທຸກຂະບວນການດຳເນີນງານ ແລະ ກິດຈະກຳຂອງ ບໍລິສັດ ຄອບຄຸມເຖິງຂະບວນການສຶກສາຄວາມເໝາະສົມສໍາລັບການລົງທຶນໂຄງການໃໝ່ ການກວດສອບຂໍ້ມູນສໍາລັບການຄວບລວມ ແລະ ຊື້ກິດຈະການ ການປະເມີນຄູ່ຄ້າສໍາຄັນທາງທຸລະກິດທັງຂອງ ບໍລິສັດ ບໍລິສັດຍ່ອຍ ແລະກິດຈະການທີ່ ບໍລິສັດ ມີອໍານາດບໍລິຫານທັງພາຍໃນປະເທດ ແລະ ຕ່າງປະເທດ. ນອກຈາກນີ້ ບໍລິສັດ ຍັງສົ່ງເສີມ ແລະ ສະໜັບສະໜູນໃຫ້ ບໍລິສັດຮ່ວມທຶນ ຫຸ້ນສ່ວນທຸລະກິດ ຄູ່ຄ້າ ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງອື່ນໆໃນການສະໜອງສິນຄ້າໃຫ້ແກ່ ບໍລິສັດ ທັງພາຍໃນປະເທດ ແລະ ຕ່າງປະເທດ ດໍາເນີນງານດ້ວຍຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ແລະ ນຳນະໂຍບາຍສະບັບນີ້ເປັນແນວທາງໃນການປະຕິບັດ ຫຼືປະຍຸກໃຊ້ຕາມຄວາມເໝາະສົມ
ບົດບາດຄວາມຮັບຜິດຊອບ
ຜູ້ບໍລິຫານ ແລະ ພະນັກງານທຸກຄົນ ມີໜ້າທີ່ໃນການປະຕິບັດຕາມນະໂຍບາຍສະບັບນີ້ໃນທຸກຂັ້ນຕອນຂອງຂະບວນການເຮັດວຽກຢ່າງເໝາະສົມ ຄອບຄຸມຕັ້ງແຕ່ການລະບຸ ປະເມີນ ຈັດການ ຕິດຕາມປະເດັນຄວາມສ່ຽງ ຜົນກະທົບ ແລະໂອກາດ ການກຳນົດເປົ້າ ໝາຍການດຳເນີນງານດ້ານສິ່ງແວດລ້ອມ ແລະ ສັງຄົມ ລວມທັງການລາຍງານຜົນໃຫ້ຝ່າຍວາງແຜນ ແລະພັດທະນາລະບົບງານ ຊຶ່ງຮັບຜິດຊອບງານບໍລິຫານຄວາມສ່ຽງອົງການ ແລະ ຝ່າຍບໍລິຫານ ຮັບຊາບຢ່າງສະໝໍ່າສະເໝີ. ນອກຈາກນີ້ ບໍລິສັດ ມອບໝາຍໃຫ້ຝ່າຍກວດສອບພາຍໃນ ເຮັດໜ້າທີ່ໃນການຕິດຕາມການປະຕິບັດຕາມນະໂຍບາຍສະບັບນີ້ ແລະໃນກໍລະນີຈຳເປັນ ບໍລິສັດ ຈະພິຈາລະນາໃຫ້ມີການກວດສອບ ແລະ ຮັບຮອງໂດຍຫນ່ວຍງານພາຍນອກດ້ວຍ
ການກຳກັບດູແລ
ນະໂຍບາຍສະບັບນີ້ໄດ້ຮັບການເຫັນຊອບຈາກຄະນະກຳມະການຂອງ ບໍລິສັດ ຜ່ານການພິຈາລະນາ ແລະໃຫ້ຄວາມເຫັນຈາກຄະນະກຳມະການທຳມະພິບານ ແລະ ຄວາມຍືນຍົງ ຜູ້ມີຫນ້າທີ່ ແລະ ບົດບາດໃນການກຳກັບດູແລການດຳເນີນວຽກງານດ້ານຄວາມຢັ້ງຢືນ ຄວບຄຸມບົດບາດດ້ານສິ່ງແວດລ້ອມ ສັງຄົມ ແລະ ທຳມະພິບານຂອງ ບໍລິສັດ ພ້ອມທັງກຳນົດໃຫ້ມີການລາຍງານຜົນການດຳເນີນວຽກງານດ້ານສິ່ງແວດລ້ອມ ແລະ ສັງຄົມ ລວມທັງການທົບທວນນະໂຍບາຍສະບັບນີ້ເປັນປະຈຳ ເພື່ອໃຫ້ທັນການ ແລະ ສອດຄ່ອງກັບກົດຫມາຍ ແລະ ມາດຕະຖານທີ່ຈຳເປັນຢ່າງຄົບຖ້ວນສະເໝີ
ການປະຕິບັດ
ບໍລິສັດໄດ້ກຳນົດຂໍ້ປະຕິບັດຄອບຄຸມປະເດັນສຳຄັນດ້ານສິ່ງແວດລ້ອມ ແລະ ສັງຄົມ ດັ່ງນີ້
ປະເດັນດ້ານສິ່ງແວດລ້ອມ
ບໍລິສັດຍືດຖື ແລະ ປະຕິບັດຕາມກົດໝາຍຂອງປະເທດ ຂໍ້ກຳນົດ ແລະ ມາດຕະຖານດ້ານສິ່ງແວດລ້ອມທີ່ໄດ້ຮັບການຍອມຮັບທັງໃນລະດັບອຸດສາຫະກຳ ລະດັບປະເທດ ແລະ ລະດັບສາກົນ ລວມທັງມາດຕະການການຈັດການດ້ານສິ່ງແວດລ້ອມທີ່ກ່ຽວຂ້ອງກັບການດຳເນີນງານຂອງກຸ່ມ ບໍລິສັດໃຫ້ຄົບຖ້ວນ ແລະ ມີຜົນການດຳເນີນງານທີ່ຢູ່ພາຍໃນເກນທີ່ກຳນົດ
ບໍລິສັດ ມຸ້ງໝັ້ນດຳເນີນທຸລະກິດ ໂດຍໃຫ້ຄວາມສຳຄັນກັບການຈັດການຜົນກະທົບດ້ານສິ່ງແວດລ້ອມທີ່ເກີດຈາກຂະບວນການຜະລິດສິນຄ້າ ແລະ ບໍລິການ ແລະ ກິດຈະກຳຕ່າງໆຂອງ ບໍລິສັດ ຄອບຄຸມເຖິງການໃຊ້ຊັບພະຍາກອນທີ່ເປັນວັດຖຸດິບການຜະລິດ ພະລັງງານ ແລະ ນ້ຳຢ່າງມີປະສິດທິພາບ ການຈັດການຫຼຸດປະລິມານການປ່ອຍກາດເຮືອນກະຈົກ ມວນສານທາງອາກາດ ນ້ຳເສຍ ແລະ ຂອງເສຍທຸກປະເພດ ການຫຼີກລ່ຽງ/ຫຼຸດໃຊ້ສານເຄມີອັນຕະລາຍ ແລະ ຈັດການໃຫ້ມີຄວາມປອດໄພ ລວມທັງປະເດັນສຳຄັນອື່ນໆ ຕາມບົດບາດຂອງທຸລະກິດ ແລະ ຄວາມຈຳເປັນພ້ອມທັງກຳນົດເປົ້າໝາຍການຫຼຸດຜ່ອນຜົນກະທົບສິ່ງແວດລ້ອມ ແລະມາດຕະການແກ້ໄຂເພື່ອໃຫ້ບັນລຸເປົ້າໝາຍຂອງການຫຼຸດຜ່ອນຜົນກະທົບທີ່ເກີດຈາກຂະບວນຜະລິດສິນຄ້າ ແລະ ບໍລິການຂອງ ບໍລິສັດ ຕາມເກນຂອງກົດໝາຍເປັນຢ່າງນ້ອຍ ລວມທັງກຳນົດເປົ້າໝາຍການຫຼຸດປະລິມານການປ່ອຍກາດເຮືອນກະຈົກ ເພື່ອມຸ່ງສູ່ການພັດທະນາຢ່າງຕໍ່ເນື່ອງ
ບໍລິສັດ ສົ່ງເສີມ ແລະ ສະໜັບສະໜູນການບໍລິຫານຜູ້ສະໜອງສິນຄ້າຢ່າງຍືນຍົງ ຕະຫຼອດຈົນການຈັດຫາສິນຄ້າ ແລະ ບໍລິການທີ່ເປັນມິດຕໍ່ສິ່ງແວດລ້ອມ ລວມທັງນະວັດຕະກຳເພື່ອສິ່ງແວດລ້ອມທີ່ສາມາດຊ່ວຍຫຼຸດຜ່ອນຜົນກະທົບສິ່ງແວດລ້ອມ ແລະ ຕອບສະໜອງເປົ້າໝາຍການຫຼຸດກາດເຮືອນກະຈົກຂອງ ບໍລິສັດ ແລະ ປະເທດ
ບໍລິສັດ ຕໍ່ຕ້ານການຕັດໄມ້ທຳລາຍປ່າ ມຸ້ງໝັ້ນສົ່ງເສີມການອະນຸລັກ ແລະ ຟື້ນຟູຊັບພະຍາກອນທຳມະຊາດ ປ່າໄມ້ ແລະ ຄວາມຫຼາກຫຼາຍທາງຊີວະພາບ ເພື່ອປົກປ້ອງ ແລະ ຮັກສາຄວາມສົມດຸນຂອງລະບົບນິເວດຢ່າງຍືນຍົງ
ປະເດັນດ້ານສັງຄົມ
ບໍລິສັດ ດຳເນີນທຸລະກິດໂດຍຢືດໝັ້ນ ແລະເຄົາລົບໃນກົດໝາຍ ຫຼັກການສິດທິມະນຸດ ຕະຫຼອດຈົນບັນທັດຖານ ຄ່ານິຍົມ ຂະນົບທຳນຽມປະເພນີຂອງທ້ອງຖິ່ນທີ່ ບໍລິສັດ ເຂົ້າໄປລົງທຶນ ແລະ ດຳເນີນງານ
ບໍລິສັດ ຢືດຫຼັກປະຕິບັດຕໍ່ແຮງງານຢ່າງເປັນທຳ ແລະ ເທົ່າທຽມຕາມຫຼັກປະຕິຍານສາກົນວ່າດ້ວຍສິດທິມະນຸດ ໂດຍດຳເນີນການພາຍໃຕ້ຂໍ້ກຳນົດ/ກົດເກນຂອງກົດໝາຍແຮງງານຂອງແຕ່ລະປະເທດເປັນຢ່າງນ້ອຍ ຄອບຄຸມປະເດັນທີ່ສຳຄັນ ປະກອບດ້ວຍ ການຈ້າງງານທີ່ເປີດໂອກາດໃຫ້ທຸກຄົນຢ່າງເທົ່າທຽມ ແລະ ບໍ່ເລືອກປະຕິບັດ ການຫ້າມຈ້າງແຮງງານເດັກ ການຫ້າມບັງຄັບໃຊ້ແຮງງານ ການຫ້າມຈ້າງແຮງງານຕ່າງດ້າວຜິດກົດໝາຍ ການກຳນົດຄ່າຕອບແທນ ແລະ ເວລາການເຮັດວຽກຕາມກົດໝາຍ
ບໍລິສັດໃຫ້ຄວາມສຳຄັນກັບຄວາມປອດໄພ ອາຊີວະອະນາໄມ ແລະ ສະພາບແວດລ້ອມໃນການເຮັດວຽກທີ່ດີຂອງພະນັກງານ ຄູ່ຄ້າ ແລະ ຜູ້ມີສ່ວນໄດ້ສ່ວນເສຍ ເພື່ອປ້ອງກັນຄວາມສູນເສຍຕໍ່ຊີວິດ ແລະ ຊັບສິນ ພ້ອມທັງສົ່ງເສີມໃຫ້ມີຂະບວນການປຶກສາຫາລືກ່ຽວກັບຄວາມປອດໄພ ແລະ ສຸຂະອະນາໄມກັບພະນັກງານ ຕະຫຼອດຈົນການອົບຮົມໃຫ້ຄວາມຮູ້ເພື່ອສ້າງວັດທະນະທຳຄວາມປອດໄພພາຍໃນອົງການ
ບໍລິສັດ ຄຳນຶງເຖິງຄວາມປອດໄພ ແລະ ສຸຂະອນາໄມຂອງຊຸມຊົນ ໂດຍຈະດຳເນີນການຄວບຄຸມຄວາມປອດໄພຂອງສິນຄ້າ ການປ້ອງກັນຄວາມປອດໄພ ແລະ ສຸຂະອະນາໄມຂອງຊຸມຊົນຈາກການກໍ່ສ້າງໂຄງການ ການຜະລິດ ການຮື້ຖອນໂຄງການ ແລະ ຜົນກະທົບຈາກຂອງເສຍຕ່າງໆ
ບໍລິສັດ ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ແລະໃຫ້ຄວາມສຳຄັນໃນການສື່ສານເພື່ອການຢູ່ຮ່ວມກັບຊຸມຊົນໃນລັກສະນະ “ເພື່ອນບ້ານທີ່ດີ” ຕະຫຼອດຈົນມີການຫາລືຜູ້ມີສ່ວນໄດ້ສ່ວນເສຍໃນສ່ວນຂອງຜົນການດຳເນີນງານ ແລະ ປະເດັນດ້ານສິ່ງແວດລ້ອມ ແລະ ສັງຄົມ ຕາມຄວາມຄາດຫວັງຂອງຜູ້ມີສ່ວນໄດ້ສ່ວນເສຍ ແລະ ເປີດເຜີຍໂປ່ງໃສ ແລະ ຮັບຜິດຊອບຕໍ່ການລາຍງານຂໍ້ມູນຕໍ່ຜູ້ມີສ່ວນໄດ້ສ່ວນເສຍທຸກກຸ່ມ ລວມທັງສະໜັບສະໜູນການພັດທະນາຄວາມຮູ້ດ້ານສິ່ງແວດລ້ອມ ຄວາມປອດໄພ ແລະ ສຸຂະອະນາໄມ ເພື່ອສົ່ງເສີມສ້າງຄວາມເຂັ້ມແຂງຂອງຊຸມຊົນ ແລະ ຍົກລະດັບຄຸນນະພາບຊີວິດທີ່ດີ ແລະ ຍືນຍົງ
ບໍລິສັດ ເຄົສລົບໃນສິດທິຂອງຊົນພື້ນເມືອງ ແລະ ຫຼີກລ້ຽງການຈັດຫາທີ່ດິນເພື່ອດຳເນີນກິດຈະກຳທາງທຸລະກິດ ເຊິ່ງອາດນຳໄປສູ່ການຍ້າຍຖິ່ນຖານໃໝ່ໂດຍບໍ່ສະໝັກໃຈ. ກໍລະນີທີ່ບໍ່ສາມາດຫຼີກລ້ຽງໄດ້, ບໍລິສັດ ກຳນົດໃຫ້ມີມາດຕະການຊົດເຊີຍ ແລະຢຽວຢາບັນເທົາຜົນກະທົບຈາກການຍົກຍ້າຍຖິ່ນຖານຕາມຫຼັກເກນຂອງກົດໝາຍ ແລະຄວາມເປັນທຳ, ຕະຫຼອດຈົນການພັດທະນາຄຸນນະພາບຊີວິດຄວາມເປັນຢູ່ທີ່ດີຂຶ້ນ ແລະ ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນດ້ວຍການສະໜັບສະໜູນ ແລະສົ່ງເສີມການອະນຸລັກ ແລະ ຟື້ນຟູຂະນົບທຳນຽມປະເພນີໃຫ້ດຳລົງຢູ່ຢ່າງຍືນຍົງ
ການປະຕິບັດຕາມນະໂຍບາຍ
ບໍລິສັດ ເຮັດລະບົບການຈັດການສິ່ງແວດລ້ອມ ແລະ ສັງຄົມ ໂດຍຈະລວມເປັນສ່ວນໜຶ່ງຂອງການດຳເນີນງານ, ລວມທັງມີການທົບທວນ, ຕິດຕາມ, ແລະ ກວດປະເມີນຄວາມໃຊ້ໄດ້ຂອງລະບົບການຈັດການສິ່ງແວດລ້ອມ ແລະ ສັງຄົມຢ່າງຕໍ່ເນື່ອງ, ເພື່ອປັບປຸງ ແລະ ຍົກລະດັບປະສິດທິພາບການດຳເນີນງານດ້ານສິ່ງແວດລ້ອມ ແລະ ສັງຄົມຂອງ ບໍລິສັດ ໃຫ້ດີຍິ່ງຂຶ້ນ
ບໍລິສັດຈະປະກາດ ແລະ ສື່ສານນະໂຍບາຍສະບັບນີ້ໃຫ້ຜູ້ບໍລິຫານ ແລະ ພະນັກງານທຸກລະດັບຮັບຊາບ ແລະ ເຂົ້າໃຈແນວທາງການດຳເນີນງານດ້ານສິ່ງແວດລ້ອມ ແລະ ສັງຄົມຂອງ ບໍລິສັດ, ລວມທັງຈັດອົບຮົມພາຍໃນອົງກອນເພື່ອສ້າງຄວາມຕະໜັກຮູ້ກ່ຽວກັບຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມໃນການດຳເນີນງານ, ແລະ ສົ່ງເສີມສະມັດທະນະເຊິງພຶດຕິກຳດ້ານຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ເພື່ອປູກຝັງໃຫ້ເປັນຄ່ານິຍົມອົງກອນ
ບໍລິສັດ ກຳນົດໃຫ້ມີການທົບທວນຜົນການດຳເນີນງານ ແລະ ເປົ້າໝາຍດ້ານສິ່ງແວດລ້ອມ ແລະ ສັງຄົມຢ່າງສະໝໍ່າສະເໝີ, ເພື່ອໃຫ້ເກີດການພັດທະນາ ແລະປັບປຸງການດຳເນີນງານໃຫ້ມີປະສິດທິພາບ ແລະ ສາມາດບັນລຸເປົ້າໝາຍໄດ້ຢ່າງມີປະສິດທິຜົນ, ລວມທັງດຳເນີນການເປີດເຜີຍຂໍ້ມູນຜົນການດຳເນີນງານດັ່ງກ່າວແກ່ຜູ້ມີສ່ວນໄດ້ສ່ວນເສຍຢ່າງສະໝໍ່າສະເໝີ
ບໍລິສັດ ຈະດຳເນີນງານດ້ານສິ່ງແວດລ້ອມ ແລະ ສັງຄົມຕາມນະໂຍບາຍສະບັບນີ້, ຄວບຄູ່ກັບແນວປະຕິບັດດ້ານຊຸມຊົນ, ສັງຄົມ ແລະ ສິ່ງແວດລ້ອມໃນຈັນຍາບັນ ບໍລິສັດ, ນະໂຍບາຍການພັດທະນາຄວາມຍືນຍົງອົງກອນ, ແລະນະໂຍບາຍສິດທິມະນຸດ ເຊິ່ງຈະເຮັດໃຫ້ໝັ້ນໃຈວ່າການດຳເນີນງານຂອງ ບໍລິສັດ ຄອບຄຸມປະເດັນທີ່ສຳຄັນຢ່າງຄົບຖ້ວນ ແລະ ສາມາດສ້າງຄຸນຄ່າຮ່ວມໃຫ້ແກ່ຜູ້ມີສ່ວນໄດ້ສ່ວນເສຍ ແລະ ຜົນກະທົບເຊິງບວກຕໍ່ສິ່ງແວດລ້ອມ.
ບໍລິສັດ ສື່ສານນະໂຍບາຍສະບັບນີ້ແກ່ຫຸ້ນສ່ວນທາງທຸລະກິດ, ຄູ່ຄ້າ, ແລະຜູ້ ມີສ່ວນໄດ້ສ່ວນເສຍອື່ນໆໃນຫ່ວງໂສ້ຄຸນຄ່າຂອງບໍລິສັດ, ພ້ອມທັງສະແດງເຈດຈຳນົງໃຫ້ທຸກກຸ່ມຜູ້ມີສ່ວນໄດ້ສ່ວນເສຍຕະຫລອດຈົນການຈັດການປະເດັນດ້ານສິ່ງແວດລ້ອມ ແລະ ສັງຄົມ, ລວມເຖິງການດຳເນີນທຸລະກິດທີ່ສອດຄ່ອງກັບແນວນະໂຍບາຍສິ່ງແວດລ້ອມ ແລະ ສັງຄົມຂອງ ບໍລິສັດ