ນະໂຍບາບການຄຸ້ມຄອງຊີວະນາໆພັນ

ເລກ​ທີ 03/2025

ຈຸດປະສົງ:

ບໍລິສັດ ເຊກອງ 4 ພາວເວີ ຈຳກັດ (ບໍລິສັດ) ຍຶດໝັ້ນໃນການດຳເນີນງານຢ່າງຍືນຍົງ ແລະ ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ບໍລິສັດ ຮັບຮູ້ເຖິງຄຸນຄ່າພາຍໃນຂອງຊີວະນາໆພັນ ແລະ ລະບົບນິເວດ ແລະ ບົດບາດສຳຄັນຂອງສິ່ງເລົ່ານີ້ໃນການສະໜັບສະໜູນຊີວິດ ແລະ ການພັດທະນາແບບຍືນຍົງ.
ນະໂຍບາຍນີ້ກຳໜົດຫຼັກການ ແລະ ຄຳໝັ້ນສັນຍາຂອງ ບໍລິສັດ ໃນການອະນຸລັກ ແລະ ບໍລິຫານຈັດການຄວາມຫຼາກຫຼາຍທາງຊີວະນາໆພັນແບບຍືນຍົງ ເພື່ອໃຫ້ໝັ້ນໃຈວ່າຊັບພະຍາກອນທຳມະຊາດຈະໄດ້ຮັບການອະນຸລັກ ແລະ ສົ່ງຕໍ່ຢ່າງມີຄວາມຮັບຜິດຊອບໃຫ້ຄົນລຸ້ນຫຼັງ.

ຂອບເຂດ:

ນະໂຍບາຍນີ້ໃຊ້ໄດ້ກັບທຸລະກິດໂຄງການ ແລະ ກິດຈະກຳທັງໝົດທີ່ດຳເນີນການໂດຍ ບໍລິສັດ ລວມທັງການດຳເນີນການຜ່ານ ບໍລິສັດຍ່ອຍ ຜູ້ຮັບເໝົາ ແລະ ພັນທະມິດທາງທຸລະກິດ.

ຂໍ້ຜູກພັນຕາມນະໂຍບາຍ:

  1. ການປະຕິບັດຕາມກົດລະບຽບ ແລະ ການປົກຄອງ: ປະຕິບັດທຸກກິດຈະກຳໃຫ້ສອດຄ່ອງກັບກົດໝາຍສິ່ງແວດລ້ອມລະບຽບການ, ມາດຕະຖານ ແລະ ແນວທາງການປະຕິບັດທີ່ດີທີ່ສຸດລະດັບສາກົນ ທີ່ກ່ຽວຂ້ອງກັບການຄຸ້ມຄອງຊີວະນາໆພັນ.
  2. ການຄຸ້ມຄອງສິ່ງແວດລ້ອມ: ປະຕິບັດມາດຕະການທີ່ມີປະສິດຕິພາບເພື່ອຄວບຄຸມ, ປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ໂດຍຜ່ານການນຳໃຊ້ຊັບພະຍາກອນແບບຍືນຍົງ ແລະ ການອະນຸລັກຊີວະນາໆພັນໃຫ້ບຸລິມະສິດການປ້ອງກັນມົນລະພິດຢູ່ແຫຼ່ງທີ່ມາ ແລະ ປັບປຸງປະສິດທິພາບທາງດ້ານສິ່ງແວດລ້ອມຢ່າງຕໍ່ເນື່ອງ.
  3. ນະວັດຕະກຳ ແລະ ເຕັກໂນໂລຊີ: ສົ່ງເສີມ ແລະ ນຳໃຊ້ເທັກໂນໂລຊີ ແລະ ນະວັດຕະກຳທີ່ທັນສະໄໝ, ມີປະສິດທິພາບ ແລະເປັນມິດກັບສິ່ງແວດລ້ອມ ເພື່ອຫຼຸດຜ່ອນຜົນກະທົບທາງດ້ານຊີວະນາໆພັນ ແລະ ເສີມຂະຫຍາຍການດຳເນີນງານຢ່າງຍືນຍົງ.
  4. ການມີສ່ວນຮ່ວມຂອງຊຸມຊົນ ແລະ ຜູ້ມີສ່ວນກ່ຽວຂ້ອງ: ສົ່ງເສີມການມີສ່ວນຮ່ວມຢ່າງມີຄວາມໝາຍກັບຊຸມຊົນທ້ອງຖິ່ນ ອຳນາດການປົກຄອງທີ່ກ່ຽວຂ້ອງ ແລະ ຜູ້ມີສ່ວນໄດ້ສ່ວນເສຍທີ່ໄດ້ຮັບຜົນກະທົບໂດຍກົງ ຫຼື ທາງອ້ອມ ຈາກການດຳເນີນງານຂອງ ບໍລິສັດ ຮັບປະກັນວ່າຂະບວນການພັດທະນາໂຄງການ ໄດ້ເຊື່ອມໂຍງຫຼັກການສິດທິມະນຸດຍະຊົນ ແລະ ຂໍ້ສະເໜີແນະຈາກຜູ້ມີສ່ວນໄດ້ສ່ວນເສຍ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມໃຫ້ນ້ອຍທີ່ສຸດ.
  5. ການສ້າງຈິດສຳນຶກ ແລະ ເສີມສ້າງຄວາມສາມາດ: ຮັບປະກັນໃຫ້ແນ່ໃຈວ່າຜູ້ບໍລິຫານ ແລະ ພະນັກງານທຸກຄົນໄດ້ຮັບການສື່ສານ, ການຝຶກອົບຮົມ ແລະ ການສ້າງຈິດສຳນຶກຢ່າງພຽງພໍ ເພື່ອເສີມສ້າງຄວາມເຂົ້າໃຈ ແລະ ຄວາມມຸ່ງໝັ້ນໃນການອະນຸລັກຄວາມຫຼາກຫຼາຍທາງຊີວະນາໆພັນ.
  6. ການແບ່ງປັນຄວາມຮູ້ ແລະ ການພັດທະນາຢ່າງຕໍ່ເນື່ອງ: ສະໜັບສະໜຸນການຖ່າຍທອດຄວາມຮູ້ດ້ານເທັກໂນໂລຊີ ແລະ ການຄຸ້ມຄອງສິ່ງແວດລ້ອມ ໃຫ້ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ການກວດກາ ແລະ ປັບປຸງຂະບວນການຄຸ້ມຄອງຊີວະນາໆພັນເພື່ອຍົກສູງປະສິດທິພາບ ແລະ ການຄວບຄຸມຄຸນນະພາບ ແລະ ສິ່ງແວດລ້ອມ.

ການນຳໄປປະຕິບັດ ແລະ ການປະຕິບັດຕາມ:

ພະນັກງານ, ຜູ້ຮັບເໝົາ ແລະ ຜູ້ມີສ່ວນໄດ້ສ່ວນເສຍທຸກຄົນ ຕ້ອງໄດ້ປະຕິບັດຕາມນະໂຍບາຍ ແລະ ຫຼັກການຂອງນະໂຍບາຍນີ້ ເຂົ້າໃນການດຳເນີນງານປະຈຳວັນ ຝ່າຍບໍລິຫານຂອງ ບໍລິສັດ ຈະຕິດຕາມກວດກາ ແລະ ປະເມີນຜົນການປະຕິບັດງານເປັນໄລ​ຍະ ເພື່ອຮັບປະກັນວ່າສອດຄ່ອງກັບນະໂຍບາຍນີ້ ແລະ ເປົ້າໝາຍການພັດທະນາທີ່ຍືນຍົງຢ່າງຕໍ່ເນື່ອງ.
ສຳຫຼັບການຮັບຮູ້ ແລະ ການປະຕິບັດຕາມຂອງທຸກທ່ານ.
ປະກາດວັນທີ: 4 ພະຈິກ 2025
 
ປະທານກຳມະການ
ບໍລິສັດ ເຊກອງ 4 ພາວເວີ ຈຳກັດ